ບັນດາກົມຈາກກະຊວງກ່ຽວຂ້ອງ  ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ

ບັນດາກົມຈາກກະຊວງກ່ຽວຂ້ອງ  ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ
ໃນລະຫວ່າງວັນທີ 14 ພະຈິກ 2023 ບັນດາຫົວໜ້າກົມ, ຮອງກົມ, ຈາກກະຊວງກ່ຽວຂ້ອງຄື: ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທະນາຄານ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ, ໂອກາດດັ່ງກ່າວໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ເພື່ອລົງເກັບກໍາຂໍ້ມູນດ້ານຕ່າງໆ ໃນການດໍາເນີນທຸລະກິດຂອງບັນດາບໍລິສັດຜູ້ປະກອບການຢູ່ 2 ບໍລິສັດພາຍໃນແຂວງ ໂດຍການໃຫ້ກຽດພາທາງຂອງ ທ່ານ  ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາພະແນກການຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ.
ໂດຍເລີ່ມຕົ້ນດ້ວຍການເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ  ຢູ່ທີ່ບ້ານດົງໃຕ້ ເມືອງທ່າແຂກ ຊຶ່ງເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ (ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ. ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຖົງ ຢົງ ເຫີງ ຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ພ້ອມນັ້ນໄດ້ລາຍງານກ່ຽວກັບສະພາບໂດຍລວມຂອງບໍລິສັດ ແລະ ຄວາມຄືບໜ້າໃນການດໍາເດີນທຸລະກິດແຕ່ປີ 2009 – 2022, ສະເພາະປີ 2023 ການຂະຫຍາຍຕົວຂອງບໍລິສັດມີທ່າອ່ຽງເພີ່ມຂຶ້ນ,  ໂດຍສະເພາະແມ່ນບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ໃນສະເພາະໜ້າ ແລະ ຍາວນານ ລວມເຖິງການພັດທະນານິຄົມອຸດສາຫະກຳ ໂປຕາສ ແລະ ດ້ານການກໍ່ສ້າງຕົວເມືອງອັດສະລິຍະອາຊີໂປຕາສ ແລະ ດ້ານຄວາມເອົາໃຈໃສ່ຊ່ວຍເຫຼືອໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດໂຄງການ. 
ຈາກນັ້ນ, ຄະນະດັ່ງກ່າວຍັງໄດ້ໄຫວຢ້ຽມຢາມ ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ ບ້ານລໍາມະລາດ ເມືອງທ່າແຂກໂດຍມີ ທ່ານ ຫານ ຫຼຸຍ ລູ ປະທານ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ຊຶ່ງບໍລິສັດດັ່ງກ່າວໄດ້ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດແຮ່ເກືອໂປຕາສ ຢູ່ ແຂວງຄໍາມ່ວນ ໃນເດືອນຕຸລາ ປີ 2008 ເປັນຕົ້ນມາ,ພ້ອມນີ້ຍັງໄດ້ຮັບຟັງສໍາລັບຄວາມຄືບໜ້າຂອງໂຄງການໄລຍະທີ 2, ຕະຫຼອດເຖິງເປົ້າໝາຍການພັດທະນາຂອງບໍລິສັດໃນອະນາຄົດ ແລະ ການແກ້ໄຂດ້ານການດໍາລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ລວມເຖິງບັນຫາຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ດ້ານອື່ນໆອີກ.
ໃນໂອກາດເຄື່ອນໄຫວຢູ່ 2 ບໍລິສັດດັ່ງກ່າວ ບັນດາຂະແໜງການກ່ຽວຂ້ອງໄດ້ມີຄໍາຖາມເຈາະຈີ້ມ ເປັນຕົ້ນບັນຫາທີ່ຕິດພັນກັບຂະແໜງຕົນ ແລະ ຮັບເອົາຂໍ້ສະເໜີຂອງບໍລິສັດໂດຍສະເພາະແມ່ນກ່ຽວກັບບັນຫາທີ່ຕິດພັນກັບນະໂຍບາຍໃນການສົ່ງອອກສິນຄ້າ, ອັດຕາພາສີ, ຄ່າຊັບພະຍາກອນທີ່ມີການທັບຊ້ອນກັນ ແລະ ສະເໜີໃຫ້ລັດຖະບານພິຈາລະນາໃນການສົ່ງເສີມການລົງທຶນໃນນິຄົມອຸດສາຫະກຳໜູນວຽນອັດສະລິຍະຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ, ຕະຫຼອດເຖິງຜົນກະທົບດ້ານຕ່າງໆ ທີ່ບາງດ້ານບໍ່ສອດຄ່ອງຕໍ່ການປະຕິບັດນະໂຍບາຍຂອງລັດຖະບານວາງອອກໃໝ່ເພື່ອສັງລວມຂໍ້ມູນໃຫ້ລະອຽດຊັດເຈນ ນໍາໄປຄົ້ນຄວ້າຮ່ວມກັບອົງການປົກຄອງແຂວງ ແລະ ຂະແໜງການລັດທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບກັນ, ທັງນີ້ເພື່ອຈະໄດ້ນໍາເອົາຂໍ້ມູນດັ່ງກ່າວສະເໜີຕໍ່ລັດຖະບານເພື່ອເປັນບ່ອນອີງໃນການດັດປັບຊ່ວຍພິຈາລະນາແກ້ໄຂປັບປຸງບາງນະໂຍບາຍໃຫ້ມີຄວາມສອດຄ່ອງ,ອໍານວຍຄວາມສະດວກ ແລະ ເປັນນະໂຍບາຍທີ່ສາມາດດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ.
ຂ່າວ-ພາບ: ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ